ແຂວງຊຽງຂວາງ
ແຂວງຊຽງຂວາງ ເປັນແຂວາງທີ່ອຸດົມສົມບູນໃປດ້ວຍສັບໃນດີນສິນໃນນ້ຳແລະປ່າໄມ້ທີ່ອຸດົມສົມບູນມີແຫຼງທ້ອງທ່ຽງຫຼາຍແຫ່ງທີ່ໜ້າສົນໃຈເຊັ່ນ:ທົ່ງໄຫຫີນ,ບໍ່ນ້ຳຮ້ອນ,ນອກຈາກນັ້ນແຂວາງຊຽງຂວາງຍັງແມ່ນໜື່ງໃນບັນດາແຂວງທີ່ບໍ່ມີພົມແດນຕິດຕໍ່ກັບແມ່ນ້ຳະຂອງ ແລະ ຍັງເປັນແຂວງທີ່ພູທີ່ສູງກ່ວາໜູ່ໃນປະເທດລາວ ຕັ້ງຢູ່ນັ້ນຄື ພູເບ້ຍ ສູງ 2820 m
ປະຫວັດແຂວງຊຽງຂວາງ
ລັກສະນະພູມສັນຖານ
ທີ່ຕັ້ງ
- ທິດເໜືອຕິດກັບຫົວພັນ
- ທິດໃຕ້ຕິດກັບ ແຂວງວຽງຈັນ ແລະ ແຂວງບໍລິຄຳໃຊ
- ທິດຕາເວັນອອກ ຕິດກັບ ສສ ຫວຽດນາມ
- ທິດຕາເວັນຕົກ ຕິດກັບແຂວງຫຼວງພະບາງ
- ເມືອງໂພນສະຫວັນ(ເມືອງແປກ)(9-01)
- ເມືອງຄຳ(9-02)
- ເມືອງໜອງແຮດ(9-03)
- ເມືອງຄູນ(9-04)
- ເມືອງໝ່ອກໃໝ່(9-05)
- ເມືອງພູກູດ(9-06)
- ເມຶອຜ່າໃຊ(9-07)
- ເມືອງທ່າໂທມ ໝານເຫດ:ສຳລັບເມືອງທ່າໂທມແມ່ນຂື້ນກັບ ແຂວງໃຊສົມບູນແລ້ວ(9-8)
ສະຖ່ານທີ່ທ່ອງທ່ຽວ [ແກ້ໄຂ]
- ທົ່ງໄຫຫີນ
- ບໍນ້ຳຮ້ອນ
- ວັດເພຍວັດ
ໃນຊ່ວງປີ ຄ.ສ 1970 ແຂວງຊຽງຂວາງເປັນສະໜາມຮົບອັນດຸເດືອດຫຼາຍຄັ້ງ ໃນຍຸກສົງຄາມອີນດູຈີນຫຼືສົງຄາມຫວຽດນາມທີ່ຜ່ານ ອາດເປັນເພາະວ່າໃນອະດິດແຂວງຊຽງຂວາງ ຄືຈຸດຢຸດທະສາດທີ່ສຳຄັນແຫງໜືງຂອງປະເທດລາວ ເພາະຕັ້ງຢູທາງທິດຕາເວັນອອກສ່ຽງເໜື່ອຂອງປະເທດລາວ ຢູ່ຫ່າງຈາກນະຄອນຫຼວງວຽງຈັນ 400 ກິໂລແມັດ ແລະຫາງຈາກເມືອງເອກຂອງແຂວງຊຽງຂວາງ ຂ້າມພູເຂົາທີ່ສະຫຼັບຊັບຊ້ອນຕາມເສັ້ນທາງໝາຍເລກທີ່ 7 ໄປສີ້ນສຸດດ່ານນ້ຳກັ່ນ ຊາຍແດນທາງຕອນເໜືອຂອງປະເທດຫວຽດນາມ ໄລຍະທາງພຽງ 130 ກິໂລແມັດ ເຊີ່ງໃນຊ່ວງສົງຄາມອີນດູຈີນທາງເສັ້ນນີ້ ເປັນເສັ້ນທາງຂົນສົງກຳລັງ ລວມທັງອາວຸດໂທປະກອນຕ່າງໆ ຈາກປະເທດຫວຽດນາມເໜືອ ສູຂະບວນການ ປະເທດລາວຈືງເປັນປະເທດເຮັດໃຫ້ ປະເທດອາເມລິການຳເອົາຢົນຖີ້ມລະເບີດ ຈົນເຮັດໃຫ້ແຂວງຊຽງຂວາງກວດລ້າງ ບໍ່ມີບ້ານເຮືອນຂອງປະຊາຊົນຕ້ອງອົບພະຢົບເຂົ້າໄປປະເທດຫວຽດນາມສ່ວນໜືງ ແລະ ໄປວຽງຈັນອີກສ່ວນໜືງ ຫລັງຈາກສີ້ນສຸດສົງຄາມແລ້ວ ຂອງແຂວງຊຽງຂວາງ ຈືງໃຫ້ຢ້າຍເມືອງເອກເກົ່າ ຄື່ເມືອງຄູນມາຕັ້ງເມືອງໃຫ່ມຂື້ນ ໃສຊື່ວ່າ ເມືອງແປກ ຄືຮູ້ຈັກັນຄືເມືອງໂພນສະຫວັນ
ປີ ຄສ 1970 ຫຼື ເມື່ອປະມານ 30 ກວ່າປີທ່ຜ່ານມາ ແຂວງຊຽງຂວາງເຄີຍເປັນມໍລະສຸມຮົບ ອັນດຸເດືອດທີ່ນັ້ບເທຶ່ອບໍ່ຖ້ວນ ໃນຍຸກສົງຄາມອີນດູຈີນ ຫຼື ສົງຄາມຫວຽດນາມ ທີ່ຜ່ານມາ ອາດເພາະໃນອະດິດ ຊຽງຂວາງຄືຢຸດທະສາດສຳຄັນແຫ່ງນື່ງໃນປະເທດລາວ ເພາະຕັ້ງຢູທາງຕາເວັນອອກສຽງເໜື່ອຂອງປະເທດ ຢູຫ່າງຈາກນະຄອນຫຼວງວຽງຈັນ ປະມານ 400 ກິໂລແມັດ ແລະເມືອງໂພນສະຫວັນເຊືງເປັນເມືອງຫຼວງຂອງຊຽງຂວາງ ຂ້າມສາຍພູສະລັບຊັບຊ້ອນເທີງເສັ້ນທາງເລກ 7 ໄປສີ້ນສຸດດ່ານນ້ຳກັ່ນ ຊາຍແດນທາງຕອນເໜືອຂອງປະເທດຫວຽດນາມ ໄລຍະທາງພຽງ 130 ກິໂລແມັດ ເຊີ່ງໃນຊ່ວງສົງຄາມອີນດູຈີນທາງເສັ້ນນີ້ ເປັນເສັ້ນທາງຂົນສົງກຳລັງ ລວມທັງອາວຸດໂທປະກອນຕ່າງໆ ຈາກປະເທດຫວຽດນາມເໜື່ອ ສູຂະບວນການປະເທດລາວ ຊືງໃນຂະນະນັ້ນເປັນພັນທະມິດກັນ ແລະເສັ້ນທາງແຫ່ງນີ້ຈືງຊື່ເອີ້ນວ່າ ເສັ້ທາງໂຮ່ຈີ່ມີນ ຍ້ອນວາໄກ້ຫວຽດນາມເໜື່ອ ເຮັດໃຫ້ຂະບວນປະເທດລາວ ຕັດສີນໃຈຕັ້ງບັນຊາການໃຫ່ຍ ຂື້ນບອນນີ້ກອງທັບອາເມລີກາ ຈືງສົງເຮືອບີນຖີ້ມລະເບີດ ບີ້ 52 ເຂົ້າມາຖີ້ມລະເບີດປູພົມ ໝາຍທຳລາຍລ້າງຂະບວນການລ້າງປະເທດລາວຢ່າງໜັກ ໝູ່ບ້ານນ້ອຍໃຫ່ຍຫຼາຍແຫງ ຕະຫຼອດຈົນວັດວາອາຮາມ ຖືກທຳລາຍເກີອບທັງໝົດ ສົງຜົນໃຫ້ປະຊາຊົນ ແລະທະຫານຟ່າຍຂະບວນການປະເທດລາວຕ້ອງອົບພະຢົບເຂົ້າໄປຢູຕາມຖ້ຳ ແລະພູເຂົາທົວໄປໃນແຂວງຊຽງຂວາງ ແລະຂ້າງຄຽງ ໃນອະດິດ ສະໃໝ່ຊ່ວງທົດສະຕະວັດ 1830 ຊຽງຂວາງຖືກລວມເຂົ້າກັບຫວຽດນາມປະຊາຊົນຊຽງຂວາງໃນສະໄໝນັ້ນຖືກບັງຄັບແຕ່ງການ ແລະ ໃຊ້ທຳໜົບທຳນຽມຂອງຫວຽດນາມແຕ່ຄວາມຮັກອິດສະຫຼະແລະເດັດດຽ່ວໃນຊາດພັນຂອງຕົວເອງໄວເຢ່າງສຸດຄວາມສາມາດແຕ່ທ້າຍທີ່ສຸດຊາວແຂວງຊຽງຂວາງກໍ່ບໍອາດຕ້ານທານກຳລັງຂອງປະເທດເພື່ອນບ້ານຜູ້ຊົງອິດທິພົນໃນຂະນະນັ້ຈື່ງຕົກເປັນຫົວເມືອງຂື້ນຂອງຫວຽດນາມຢູ່ຊົ່ວໄລຍະໜື່ງສົງຄາມອິນດູຈີນໄດ້ຜ່ານພົ້ນໃປ 30ກ່ວາປີແລ້ວແຕ່ບາດແຜແລະຮ່ອງຮອຍສົງຄາມຍັງຢູ່ສະພາບສິ່ງຂອງເພພັງຂອງເມື່ອງຄຸນເມື່ອງຫຼວງເກົ່າຍັງຄົງມີຮ່ອງຮອຍໃຫ້ເຫັນຢູ່ໂດຍທົ່ວໃປຊື່ງຈາກຊາກເພພັງບາງແຫ່ງທາງລັດທະບານລາວໄດ້ອານຸລັກເອົາໄວ້ໃຫ້ຄົນລຸ່ນຫັລງໄດ້ເຫັນພິດໄພສົງຄາມທີ່ເກີດຂື້ນໃນອາດິດຮ່ອງຮອຍຂອງຂຸມລະເບິດຂະໜາດໃຫ່ຍຈາກບົ່ມບີ່52ຂອງອາເມລິກາຍັງຄົງມີໃຫ້າຫັນຢູ່ທົ່ວໃປປະຈຸບັນໄດຖືກດັດແປງໃຫ້ເປັນບໍລ້ຽງປາໃນນາເຂົ້າຊາກຂອງລູກລະເບິດນ້ຳໜັກຫຼາຍສິບໂຕນຖືກດັດແປງມາເປັນຮົ້ວເຮືອນ,ຮາງເຂົ້າໝູ,ເຕົາປີ້ງ ສຳລັບນັກທ່ອງທ່ຽວ.