ທ່ອງທ່ຽວແຂວງຈຳປາສັກ

ແຂວງຈໍາປາສັກ
Jump to navigationJump to search
ແຂວງຈຳປາສັກ (ຄຳເຄົ້າ: ແຂວງຈຳປາສັກດ໌ອັງກິດ:Champasak) ເປັນແຂວງຫນຶ່ງຂອງປະເທດລາວທີ່ຕັ້ງຢູ່ທາງທິດໃຕ້ຂອງປະເທດ ເປັນແຂວງສຳຄັນທາງພາກໃຕ້ມາຕັ້ງແຕ່ສະໃໝບູຮານ ເປັນທີ່ຕັ້ງຂອງອານາຈັກຈຳປາສັກ ເຄີຍຢູ່ໃນເຂດອານາຈັກຂອມບູຮານ ແຂວງນີ້ເປັນທີ່ຕັ້ງຂອງມໍລະດົກໂລກ ຜາສາດຫິນວັດພູ

ປະຫວັດແຂວງຈຳປາສັກ[ແກ້ໄຂ]


ໃນສະໃໝກ່ອນຝຣັ່ງຍຶດຄອງ ເມືອງເອກຂອງແຂວງນີ້ຄື ເມືອງຈຳປາສັກ ຕັ້ງຢູ່ທາງຝັ່ງຂວາຂອງແມ່ນ້ຳຂອງ ແຕ່ຫຼັງຈາກຝຣັ່ງໄດ້ເຂົ້າມາຍຶດຄອງປະເທດລາວແລ້ວ ກໍຍ້າຍເມືອງເອກໄປທີ່ປາກເຊ ຊຶ່ງຢູ່ທາງເໜືອຈາກ ຈຳປາສັກ ໄປ 30 ກິໂລແມັດ ແລະ ຢູ່ທາງຝັ່ງຊ້າຍແມ່ນ້ຳຂອງ ແຂວງຈຳປາສັກນີ້ເປັນທີ່ຕັ້ງຂອງສຸດຍອດທຳມະຊາດຂອງປະເທດລາວ ເຊ່ັນ ນ້ຳຕົກຄາດຄອນພະເພັງ ນ້ຳຕົກຕາດຜາສ້ວມນ້ຳຕົກຫຼີ່ຜີ ເຂດຕິດຕໍ່ຂອງແຂວງນີ້ ທາງຕະເວັນຕົກສາມາດຂ້າມໄປປະເທດໄທທາງດ່ານຊ່ອງເມັກໄດ້ ແລະ ທາງໃຕ້ ຍັງສາມາດຂ້າມໄປກັມປູເຈຍທາງເວີນຄາມໄດ້




ທີ່ຕັ້ງ

·         ທິດເໜືອຕິດກັບ ແຂວງສາລະວັນ
·         ທິດໃຕ້ຕິດກັບ ແຂວງຊຽງແຕງ(ສະຕຶງແຕຣງ) ແລະ ເພຍວິເຮຍ ຂອງ ຣາຊະອານາຈັກກຳປູເຈຍ
·         ທິດຕາເວັນອອກຕິດກັບ ແຂວງອັດຕະປື ແລະ ແຂວງເຊກອງ
·         ທິດຕາເວັນຕົກຕິດກັບ ແຂວງອຸບົນຣາຊະທານີ ຂອງ ຣາຊະອານາຈັກໄທ

ລັກສະນະພູມສັນຖານ

ບັນດາເມືອງ

ແຂວງຈຳປາສັກປະກອບດ້ວຍ 10 ເມືອງຄື:
1.  16-01 ປາກເຊ (Pakse)
2.  16-02 ຊະນະສົມບູນ (Sanasomboun)
3.  16-03 ບາຈຽງຈະເລີນສຸກ (Ba Chiengchaleunsouk)
4.  16-04 ປາກຊ່ອງ (Paksong)
5.  16-05 ປະທຸມພອນ (Pathoumphone)
6.  16-06 ໂພນທອງ (Phonthong)
7.  16-07 ຈຳປາສັກ (Champassak)
8.  16-08 ສຸຂຸມາ (Soukhouma)
9.  16-09 ມູນລະປະໂມກ (Meunlapamok)
10. 16-10 ໂຂງ (Khong)

ສະຖານທີ່ທ່ອງທ່ຽວ[ແກ້ໄຂ]

·         ດອນໂຂງ
·         ຕາດຜາສ້ວມ
·         ຕາດຟານ
·         ຕາດເຍືອງ
·         ວັດຈອມເພັດ
·         ວັດຖ້ຳໄຟ
·         ດອນລົບປາດີ
·         ວັດອູໂມງ